ລັດຖະມົນຕີຕ່າງປະເທດສະຫະລັດອາເມລິກາ ຢ້ຽມຢາມ ສປປ ລາວ

U.S. Secretary of State John Kerry visits Pha That Luang in January 2016.

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານ ຈອນ ເຄຣີ ຈະເດີນທາງຢ້ຽມຢາມນະຄອນຫຼວງວຽງຈັນ, ປະເທດລາວ, ນັບຕັ້ງແຕ່ວັນທີ 25-26 ກໍລະກົດ ເພື່ອເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາ-ບັນດາປະເທດລຸ່ມແມ່ນໍ້າຂອງ. ໃນບັນດາກອງປະຊຸມທີ່ກ່າວມານີ້, ທ່ານ ເຄຣີ ຈະໄດ້ສົນທະນາກ່ຽວກັບ ຂອບການຮ່ວມມືດ້ານຄວາມປອດໄພ ແລະ ຄວາມທ້າທາຍລະຫວ່າງຊາດທີ່ມີຮ່ວມກັນ. ທ່ານ ເຄຣີ ຍັງໄດ້ມີແຜນ ເພື່ອເຂົ້າພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ເພື່ອສົນທະນາ ກ່ຽວກັບສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ ແລະ ການເດີນທາງຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍານີ້.

ໃນການພົບປະກັນຄັ້ງກ່ອນໃນເດືອນ ມັງກອນ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການມີສ່ວນຮ່ວມຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນດ້ານຂະແໜງການ ສາທາລະນະສຸກ, ໂພຊະນາການ, ການສຶກສາ, ການປະຕິຮູບ ຂະແຫນງ ຍຸດຕິທໍາ, ການປົກປັກຮັກສາສິ່ງແວດລ້ວມ, ລວມເຖິງການຮ່ວມມືທີ່ກໍາລັງດໍາເນີນການຢູ່ໃນການເກັບກູ້ລະເບີດທີ່ຍັງຕົກຄ້າງບໍ່ທັນແຕກແຕ່ປາງສົງຄາມ. ທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຄຣີ ໄດ້ເນັ້ນເຖິງຄວາມໝາຍໜັ້ນຂອງສະຫະລັດອາເມລິກາໃນການຮ່ວມມືກັບ ສປປ ລາວ ເພື່ອພັດທະນາຂະແໜງວຽກງານໂພຊະນາການໃນທົ່ວປະເທດ ລວມທັງ ຜ່ານການປະກາດຫວ່າງບໍ່ດົນມານີ້ຂອງການກໍ່ສ້າງສະຖາບັນການ ໂພຊະນາການ ລາວ-ອາເມລິກາ ທີ່ນະຄອນຫຼວງວຽງຈັນ.

ທ່ານ ຈອນ ເຄຣີ ໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາໃນວັນທີ 1 ເດືອນ ກຸມພາ ປີ 2013. ທ່ານໄດ້ເຂົ້າຮ່ວມກະຊວງການຕ່າງປະເທດພາຍຫຼັງ 28 ປີ ຂອງການເປັນວຸດທິສະພາຂອງສະຫະລັດອາເມລິກາ, ລວມທັງອິກ 4 ປີທີ່ພ່ານມາ ຂອງການເປັນປະທານ ຂອງຄະນະກໍາມະວຸດທິສະພາ ການພົວພັນ ຕ່າງປະເທດ.