ສະຫະລັດອາເມລິກາໃຫ້ການຊ່ວຍເຫລືອເພື່ອໃຫ້ຊຸມຊົນລາວໄດ້ມີນ້ຳໃຊ້ຢ່າງທົ່ວເຖິງ

Representatives from the U.S. Government and development partners handed over restored and constructed water systems to local villagers in Khammouane province.

ຜູ້ຕາງໜ້າຈາກລັດຖະບານສະຫະລັດອາເມລິກາ ແລະ ຄູ່ຮ່ວມພັດທະນາໄດ້ມອບລະບົບນ້ຳໃຊ້ທີ່ໄດ້ຮັບການບູລະນະ ແລະ ສ້າງຂຶ້ນໃໝ່ໃຫ້ແກ່ລັດຖະບານ ສປປລາວ ເພື່ອສະໜອງນ້ຳໃຊ້ໃຫ້ແກ່ປະຊາຊົນຈຳນວນກວ່າ 1,300 ຄົນ ໃນ 3 ໝູ່ບ້ານ, ໂດຍສະເພາະໃນໄລຍະລະດູແລ້ງ.

ການຊ່ວຍເຫຼືອດັ່ງກ່າວ, ແມ່ນລວມມີການຕິດຕັ້ງຖັງນ້ຳ, ການບູລະນະລະບົບທໍ່ນ້ຳ ແລະ ຈຸດຈ່າຍນ້ຳຕ່າງໆ ໂດຍຜ່ານໂຄງການການປັບໂຕຂອງແມ່ນ້ຳຂອງ ແລະ ການຮັບມືຕໍ່ຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID Mekong ARCC). ເຊິ່ງລະບົບນ້ຳໃໝ່ນີ້ໄດ້ຊ່ວຍໃຫ້ໝູ່ບ້ານມີນ້ຳໃຊ້ຢ່າງທົ່ວເຖິງ, ພ້ອມທັງເພີ່ມຂີດຄວາມສາມາດໃຫ້ແກ່ຊຸມຊົນໃນການຕ້ານຮັບມືກັບຜົນກະທົບທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ.

ອີງຕາມການສຶກສາດ້ານການປ່ຽນແປງຂອງດິນຟ້າອາກາດຂອງ USAID ໃນປີ 2013 ມີແນວໂນ້ມວ່າແຂວງຄຳມ່ວນຈະປະສົບພາວະອຸຫະພູມ ແລະ ປະລິມານນ້ຳຝົນທີ່ເພີ່ມຂຶ້ນພາຍໃນປີ 2050. ນອກຈາກນັ້ນ, ເຫດການຕ່າງໆທາງທຳມະຊາດເຊັ່ນ: ໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນເຂດລຸ່ມແມ່ນ້ຳຂອງ ແລະ ຍັງຄາດວ່າຈະມີແນວໂນ້ມທີ່ເພີ່ມຂຶ້ນໃນອະນາຄົດກໍ່ເປັນປັດໃຈທີ່ສ້າງຜົນກະທົບຫຼາຍແກ່ຊຸມຊົນເຂດຊົນນະບົດຫ່າງໄກຊອກຫລີກ. ເຊິ່ງຜ່ານມາໄດ້ມີລາຍງານກ່ຽວກັບບັນຫາພາວະຂາດແຄນນ້ຳຂອງບັນດາໝູ່ບ້ານໃນເຂດຊົນນະບົດໃນແຂວງຄຳມ່ວນ, ເຊິ່ງເປັນຜົນສະຖ້ອນມາຈາກການປ່ຽນແປງຂອງດິນຟ້າອາກາດ.

ເນື່ອງຈາກວ່່າໃນເຂດຊົນນະບົດແມ່ຍິງມັກເປັນຜູ້ອອກໄປຕັກນ້ຳ. ດັງນັ້ນ, ລະບົບການສະໜອງນ້ຳຈິ່ງໄດ້ຖືກສ້າງຂຶ້ນໃຫ້ມີຄວາມແທບເໝາະໃນການໄປເອົານ້ຳໄດ້ຈາກກັອກນ້ຳຊຸມຊົມທີ່ຢູ່ໃກ້ບ້ານໂດຍບໍ່ຕ້ອງຍ່າງໄປກັບໃນໄລຍະທາງຫລາຍກິໂລແມັດສອງຖ້ຽວຕໍ່ມື້ເພື່ອຈະໄປຫາແຫລ່ງນ້ຳໂດຍສະເພາະໃນລະດູແລ້ງ.