ລັດຖະບານສະຫະລັດອາເມລິກາສົ່ງເສີມຄວາມສາມາດຂອງກົມພາສີລາວ

Senior officials from the Lao PDR, Customs Department take part at the workshop in Vientiane to strengthen customs systems.

ໂດຍການສະໜັບສະໜູນຈາກສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ ກົມພາສີ ກະຊວງການເງິນ ແລະ ສະພາທະນາຍຄວາມອາເມລິກາ ຂະແໜງການລິເລີ່ມຫຼັກແຫ່ງກົດໝາຍໃດ້ຈັດການສຳມະນາເພື່ອ ສ້າງຄວາມເຂັ້ມແຂງບັນດາລະບົບພາສີໃຫ້ແກ່ພະນັກງານອາວຸດໂສທີ່ມາຈາກກົມພາສີ.

ການສຳມະນາສອງວັນເຊິ່ງໃດ້ເລີ່ມຂື້ນໃນວັນທີ 26 ພຶດສະພາທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ຍົກໃຫ້ເຫັນບັນຫາອັນສຳຄັນຫຼາຍອັນໃນຂະແໜງການວຽກງານພາສີ.

ໃນພິທີເປີດສຳມະນາ ທ່ານ ສົມພິດ ແສງມະນີວົງ, ຮອງຫົວ ໜ້າກົມພາສີ ໃດ້ກ່າວບາງຕອນວ່າ: ນີ້ຖືວ່າເປັນຂົງເຂດໃໝ່ທີ່ສຳຄັນທີ່ພວກເຮົາຈະໃດ້ເຮັດວຽກຮ່ວມກັນ.

ຕາງໜ້າສະຖານທູດສະຫະລັດ ທ່ານ ໂນອາ ກິດສະແມນ ໃດ້ກ່າວວ່າ: ລັດຖະບານສະຫະລັດອາເມລິກາ ມີຄວາມພູມໃຈໃຫ້ການຊ່ວຍເຫຼືອຕາມການຮ້ອງຂໍຈາກກົມພາສີໃນການຈັດການຝຶກອົບຮົມຄັ້ງນີ້. ທ່ານໄດ້ກ່າວຕື່ມອິກວ່າ: ພວກຂ້າພະເຈົ້າດີໃຈທີ່ທາງສະຖານທູດຮ່ວມກັບສະພາທະນາຍຄວາມສະຫະລັດອາເມລິກາ ທີ່ໃຫ້ການສະໜັບສະໜູນໃນການສ້າງພາວະຄວາມຜູ້ນຳຂອງກົມພາສີໃຫ້ມີຄວາມເຂັ້ມແຂງກວ່າເກົ່າ, ໃຫ້ມີປະສິທິພາບຫຼາຍຂື້ນກວ່າເກົ່າ ແລະ ເຮັດໃຫ້ການບໍລິການນັບມື້ນັບທັນສະໃໝຫຼາຍຂື້ນ. ນອກນັ້ນ, ຍັງຊ່ວຍໃຫ້ເສດຖະກິດຂອງລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ.

ກົມພາສີ ແລະ ເຈົ້າໜ້າທີ່ພາສີ ໃນທົ່ວໂລກໃຫ້ການບໍລິການທີ່ສຳຄົນຕໍ່ຊາດໂດຍຮັບປະກັນຄວາມປອດໄພ ແລະ ການຄ້າຢ່າງມີປະສິດທິພາບ, ເກັບພາສີອາກອນລັດຖະບານ ແລະ ປັບປຸງຄວາມປອດໄພຂອງຊາດໂດຍການຕ້ານການຄ້າຂາຍຢາເສບຕິດຜິດກົດໝາຍ, ອາວຸດ, ສັດປ່າ, ແລະ ສິນຄ້າລັກລອບໜີພາສີອື່ນໆ.

ໃນໄລຍະການສຳມະນາສອງວັນນີ້ ບັນດາພະນັກງານອາວຸດໂສຈະໃດ້ກວດຄືນ ສິບການປະຕິບັດໜ້າທີ່ທີ່ດີສຸດຂອງສາກົນ ໃນວຽກງານຕ້ານການກະທຳຜິດ, ການສູນເສຍລາຍຮັບພາສີອາກອນ ແລະ ການສໍ້ລາດບັງຫຼວງ. ບັນດາຜູ້ເຂົ້າຮ່ວມຈະໃດ້ຊອກຮູ້ວິທີການປະຕິຮູບສະເພາະເພື່ອເຮັດໃຫ້ຂະບວນການເຂັ້ມແຂງຂື້ນ ແລະຫຼິກລ້ຽງຄວາມສ່ຽງກະທຳຜິດ. ໃນຕອນສະຫຼຸບສຳມະນາ, ບັນດາເຈົ້າໜ້າທີ່ອາວຸດໂສຈະໃດ້ໃຫ້ຄຳແນະນຳໃນອົງປະກອບທີ່ຫຼັກຂອງລະບຽບການປະຕິບັດວຽກງານທີ່ທັນສະໃໝສຳລັບພະນັກງານເຈົ້າໜ້າທີ່ກົມພາສີໝົດທຸກຄົນ.