ວີຊາ

ຈຸດປະສົງຂອງການເດີນທາງຂອງທ່ານແລະຂໍ້ມູນຕ່າງໆ ຈະເປັນໂຕກໍານົດປະເພດວີຊາຂອງທ່ານ ທີ່ຢູ່ ພາຍໃຕ້ກົດໝາຍຄົນເຂົ້າເມືອງຂອງສະຫະລັດ. ເມື່ອສະໝັກຂໍວີຊາ, ທ່ານຈະຕ້ອງສະແດງໃຫ້ເຫັນວ່າ ທ່ານມີເງື່ອນໄຂຄົບຖ້ວນຕາມຄວາມຮຽກຮ້ອງຕ້ອງການທັງຫມົດ ເພື່ອຈະໄດ້ຮັບວີຊາປະເພດທີ່ທ່ານ ສະໝັກ.

ກະລຸນາເບິ່ງລາຍການປະເພດວີຊາ ຂອງພວກເຮົາໃນເວັບໄຊທ໌ usvisas.state.gov ເພື່ອພິຈາລະນາວ່າ ວີຊາປະເພດໃດ ທີ່ຈະເໝາະສົມກັບຈຸດປະສົງຂອງການເດີນທາງໄປສະຫະລັດອາເມຣິກາ ຂອງທ່ານ.

ຜົນລະເມືອງຂອງຄົນຕ່າງປະເທດທີ່ຈະເຂົ້າປະເທດສະຫະລັດອາເມລິກາໂດຍປົກກະຕິແລ້ວຈະຕ້ອງໄດ້ຮັບວີຊ່າອາເມລິກາທຳອິດກ່ອນ ໂດຍວີຊ່າຈະຖືກຕິດໃສ່ໃນປື້ມພັດສະປອດທີ່ອອກໂດຍປະເທດຂອງຜູ້ທີ່ຈະເດີນທາງ.

ນັກທ່ອງທ່ຽວຕ່າງປະເທດບາງຄົນອາດຈະມີສິດທີ່ຈະເດີນທາງໄປປະເທດສະຫະລັດອາເມລິກາໂດຍບໍ່ຕ້ອງຂໍວີຊ່າຖ້າເຂົາເຈົ້າສາມາດຕອບສະໜອງຄວາມຕ້ອງການຂອງການເດີນທາງໂດຍບໍ່ໃຊ້ວີຊ່າ. ພາກສ່ວນວີຊ່າທີ່ຢູ່ໃນເວັບໄຊນີ້ແມ່ນເວົ້າຖືງການຂໍວີຊ່າສຳລົບຄົນຕ່າງປະເທດຜູ້ທີ່ຕ້ອງການເດີນທາງໄປປະເທດສະຫະລັດອາເມລິກາ.

(ໝາຍເຫດ: ຄົນສັນສາດອາເມລິກາບໍ່ຈຳເປັນຕ້ອງຂໍວີຊ່າອາເມລິກາໃນການເດີນທາງ, ແຕ່ຖ້າວ່າມີການວາງແຜນທີ່ງຈະເດີນທາງໄປຕ່າງປະເທດອາດຈະຕ້ອງມີວີຊ່າທີ່ອອກຈາກສະຖານທູດຂອງປະເທດທີ່ຈະໄປຢາມ)

ເພື່ອຕິດຕໍ່ຕົວແທນບໍລິການລູກຄ້າ, ກະລຸນາເບິ່ງທີ່ເວັບໄຊທ໌ Global Support Services (GSS) ໜ້າຕິດຕໍ່ພວກເຮົາ ສຳຫລັບຂໍ້ມູນຂ່າວສານທີ່ຄົບຖ້ວນ ຫຼື ຕິດຕໍ່ໄດ້ຕາມອີເມວແລະເບີໂທ ລຸ່ມນີ້:

ໂທຫາສູນຕົວແທນບໍລິການລູກຄ້າຕາມວັນເວລາ: ວັນຈັນ – ວັນສຸກ: 8:00 a.m. – 8:00 p.m. (ຍົກເວັ້ນວັນພັກ)

ກະຊວງການຕ່າງປະເທດສະຫະລັດອາເມລິກາເປັນຜູ້ຈັດການຂະບວນການຂໍວີຊ່າຢ່າງເຂັ້ນງວດແຕ່ເປັນທຳເພື່ອປົກປ້ອງປະເທດສະຫະລັດອາເມລິກາໃຫ້ດີທີ່ສຸດ. ພວກເຮົາມີຄວາມມຸ້ງໝັ້ນທີ່ຈະເປີດກ້ວາງເພື່ອສົມກັບເປັນປະເທດທີ່ເປັນທີ່ຮູ້ຈັກກັນດີ. ການເດີນທາງໄປປະເທດສະຫະລັດອາເມລິກາແມ່ນເປັນການຕ້ອນຮັບແລະການຊຸກຍູ້.

ພວກເຮົາສັນຍາກັບຜູ້ສະໝັກຂໍວີຊ່າທຸກຄົນວ່າ:

  • ພວກເຮົາຈະຮັກສາພວກທ່ານດ້ວຍກຽດແລະຄວາມເຄົາລົບຖີງວ່າພວກເຮົາຈະບໍ່ສາມາດອອກວີຊ່າໃຫ້ກໍ່ຕາມ.
  • ພວກເຮົາຈະປະຕິບັດຕໍ່ພວກທ່ານເປັນບຸກຄົນ ແລະ ແຕ່ລະກໍລະນີຂອງພວກທ່ານເປັນເອກກະລາດ.
  • ພວກເຮົາຈະຈື່ສະເໝີໄວ້ວ່າ ສຳລັບພວກທ່ານ, ການສຳພາດແມ່ນອາດຈະເປັນປະສົບການໃໝ່ແລະຖືກຊົ່ມຂູ່ເຊີ່ງເຮັດໃຫ້ເສຍຂັວນ.
  • ພວກເຮົາຈະໃຊ້ເວລາທີ່ຈຳກັດຢູ່ໃນການສະພາດໃຫ້ດີທີ່ສຸດເພື່ອໃຫ້ພວກເຮົາສາມາດເຫັນພາບຂອງການວາງແຜນເດີນທາງແລະຄວາມຕັ້ງໃຈຂອງພວກທ່ານ.
  • ພວກເຮົາຈະໃຊ້ຊັບພະຍາກອນທີ່ມີຢູ່ຂອງພວກເຮົາເພື່ອທີ່ຈະໃຫ້ຄວາມຊ່ວຍເຫລືອຢ່າງເປັນທຳໃຫ້ຜູ້ສະໝັກທຸກຄົນເຮັດໃນການເຮັດນັດໝາຍໃນການອະນຸຍາດເດີນທາງໄປສຳລັດທຸລະກິດ,ຮຽນ,ແລະໜ້າທີ່ສຳຄັນອື່ນໆໃຫ້ທັນເວລາ.
  • ພວກເຮົາຈະເອົາຊໍ້ມູນກ່ຽວກັບການຕ້ອງການຂອງວີຊ່າແລະຊັ້ນຕອນຂອງການຂໍວີຊ່າຢ່າງລະອຽດແລະຖືກຕ້ອງລົງຢູ່ໃນເວບໄຊ້ຂອງທຸກໆສະຖານທຸດແລະກົງສຸນ.
  • ພວກເຮົາຈະລົງຂໍ້ມູນຂອງເວລາໃນການລໍຖ້າເພື່ອເຮັດໜັດໝາຍຂໍວີຊ່າຊົ່ວຄາວຢູ່ໃນທຸກໆສຖານທູດແລະກົງສຸນຢູ່ໃນເວັບໄຊ້ http://travel.state.gov.
  • ພວກເຮົາຈະອະທິບາຍເຫດຜົນໃຫ້ສຳລັບຜູ້ທີ່ຖືກປະຕິເສດວີຊ່າ.

ນອກຈາກນີ້, ຖ້າພວກທ່ານເປັນ:

  • ນັກຮຽນ, ພວກເຮົາຈະໃຫ້ຄວາມພະຍາຍາມເພື່ອໝັ້ນໃຈວ່າທ່ານເຮັດນັດໝາຍໄດ້, ແລະຖ້າສຳພາດຜ່ານ,ພວກເຮົາຈະອອກວີຊ່າໃຫ້ທັນເວລາກ່ອນການເລີ່ມຮຽນຂອງທ່ານ.
  • ຜູ້ເດີນທາງສຸກເສີນທາງການແພດແລະການຊ່ວຍເຫລືອ, ພວກເຮົາຈະເລັ່ງການດຳເນີນງານໃຫ້ຄົນທີ່ມີເຫດສຸກເສີນກ່ຽວຂ້ອງກັບການຖືກຄຸກຄາມທາງດ້ານຊີວິດ.
  • ຜູ້ເດີນທາງທຸລະກິດ, ພວກເຮົາຈະສ້າງກົນໄກທີ່ເໝາະສົມໃນການອຳນວຍຄວາມສະດວກໃນການເດີນທາງທາງທຸລະກິດ ແລະ ຈະເລັ່ງກໍລະນີທີ່ມີຄວາມກັງວົນສະເພາະໃຫ້ແກ່ທຸລະກິດເອເມລິກາ.

ໃນຂະນະດຽວກັນ, ພວກເຮົາຫວັງວ່າພວກທ່ານ, ຜູ້ສະໝັກຂໍວີຊ່າທຸກຄົນ:

  • ໃຫ້ວາງແຜນການເດີນທາງ ແລະ ການຂຽນຟອມຂໍວີຊ່າລ່ວງໜ້າເທົ່າທີ່ຈະເປັນໄປໄດ້.
  • ຂຽນຟອມໃຫ້ຄົບແລະຖືກຕ້ອງ.
  • ກຽມພ້ອມກ່ຽວກັບຈຸດປະສົງແລະແຜນຂອງທ່ານ.
  • ກະກຽມສຳລັບການສຳພາດຂອງທ່ານໂດຍມີຄວາມສາມາດທີຈະອະທິບາຍກ່ຽວກັບເປົ້າໝາຍຄວາມຕັ້ງໃຈໄດ້ຢ່າງຊັດເຈັນແລະຮັດກຸມ.