ວີຊາເຂົ້າເມືອງຖາວອນຂອງສະຫະລັດອາເມລຣິກາທີ່ອອກໃຫ້ສໍາລັບພົນລະເມືອງລາວແລະຜູ້ຢູ່ອາໃສໃນດິນແດນສປປລາວ ແມ່ນດຳເນີນຢູ່ສະຖານທູດສະຫະລັດອາເມລຣິກາປະຈຳນະຄອນຫລວງວຽງຈັນ.
ເພື່ອຈະສະໝັກຂໍວີຊາເຂົ້າເມືອງຖາວອນ, ໂດຍທົ່ວໄປ ຄົນຕ່າງປະເທດທີ່ຕ້ອງການຂໍເຂົ້າເມືອງຖາວອນ ຕ້ອງໄດ້ຖືກຮັບປະກັນຈາກພີ່ນ້ອງໃກ້ຊິດຂອງຕົນທີ່ເປັນຄົນສະຫະລັດ ຫຼື ຜູ້ຢູ່ອາໃສແບບ ຖາວອນຢ່າງຖືກ ກົດຫມາຍໃນສະຫະລັດ, ຫຼື ວ່າທີ່ນາຍຈ້າງຄົນສະຫະລັດ, ແລະຕ້ອງມີຄໍາຮ້ອງທີ່ຖືກອະນຸມັດກ່ອນ ຈິ່ງຈະຂໍ ວີຊາເຂົ້າເມືອງຖາວອນໄດ້. ຜູ້ຮັບປະກັນຕ້ອງເລີ່ມຕົ້ນໂດຍການຍື່ນ ຄໍາຮ້ອງຂໍເອົາຄົນຕ່າງປະເທດ ກັບຫ້ອງການກວດຄົນເຂົ້າເມືອງຂອງສະຫະລັດ(USCIS). ທ່ານອາດຕ້ອງການກວດເບິ່ງລາຍການປະເພດວີຊາ ໃນເວັບໄຊທ໌ usvisas.state.gov ເພື່ອສືກສາເບິ່ງຄວາມແຕກຕ່າງຂອງແຕ່ລະປະເພດວີຊາເຂົ້າເມືອງຖາວອນ ຂອງສະຫະລັດອາເມລຣິກາ ຊຶ່ງຮວມທັງວີຊາລ໋ອດເຕີລີ. ຈາກນັ້ນ, ໃຫ້ປະຕິບັດຕາມຂັ້ນຕອນໃນຂະບວນ ການ ການດຳເນີນວີຊາເຂົ້າເມືອງຖາວອນ, ຫຼືຂະບວນການການດຳເນີນວີຊາລ໋ອດເຕີລີ ໃນເວັບໄຊທ໌ usvisas.state.gov ນີ້ ເພື່ອເປັນການເລີ່ມຕົ້ນການຂໍວີຊາເຂົ້າເມືອງຖາວອນ.
ເມື່ອ ຫ້ອງການກວດຄົນເຂົ້າເມືອງຂອງສະຫະລັດ(USCIS) ໄດ້ອະນຸມັດຄໍາຮ້ອງຂອງທ່ານແລ້ວ ແລະ ທ່ານ ໄດ້ສໍາເລັດການປະກອບເອກະສານກັບ ສູນກາງວີຊາແຫ່ງຊາດ(NVC), ຫຼືຖ້າທ່ານໄດ້ຖືກເລືອກເປັນຜູ້ໄດ້ຮັບວີຊາລ໋ອດເຕີລີ ແລະ ໄດ້ສໍາເລັດການປະກອບເອກະສານກັບ ສູນກາງກົງສຸນເຄັນຕັກກີ້(KCC), ກະລຸນາປະຕິບັດຕາມຄໍາແນະນໍາທີ່ທ່ານໄດ້ຮັບຈາກ NVC ຫຼື KCC, ພ້ອມກັນກັບຂໍ້ມູນທີ່ແນະນໍາໃນເວັບໄຊທ໌ນີ້, ເພື່ອເປັນແນວທາງແລະການປະຕິບັດຕໍ່ໄປ.