ວີຊາລ໋ອດເຕີລີ

ກົດຫມາຍວ່າດ້ວຍຄົນເຂົ້າເມືອງປີ 1990 ບັນຍັດໃຫ້ມີວີຊາລ໋ອດເຕີລີ (DV) ຊຶ່ງມີຈຳນວນ 55,000 ວີຊາຖາວອນ ທີ່ສາມາດອອກໃຫ້ ໃນການຈົກສະຫລາກປະຈໍາປີ, ໂດຍເລີ້ມຕົ້ນໃນສົກປີ 1995. ຈຸດປະສົງຂອງການ ຈົກສະຫລາກນີ້ ເພື່ອໃຫ້ມີຄວາມຫຼາກຫຼາຍຂອງຜູ້ເຂົ້າຢູ່ຖາວອນໃນສະຫະລັດອາເມຣິກາ ໂດຍການເລືອກ ຜູ້ສະໝັກທີ່ມາຈາກປະເທດທີ່ມີອັດຕາຜູ້ເຂົ້າຢູ່ຖາວອນໃນສະຫະລັດອາເມຣິກາ ໃນຈຳນວນໜ້ອຍໃນໄລຍະ 5ປີທີ່ຜ່ານມາເປັນສ່ວນໃຫຍ່.

ເພື່ອສະໝັກຂໍວີຊາລ໋ອດເຕີລີ ກະລຸນາປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາລ໋ອດເຕີລີ ໄດ້ທີ່ເວັບໄຊທ໌ usvisas.state.gov. ເມື່ອທ່ານໄດ້ ປະຕິບັດຕາມຂັ້ນຕອນເຫຼົ່ານັ້ນຈົນສໍາເລັດ, ກະລຸນາປະຕິບັດຕາມຄໍາ ແນະນໍາທີ່ທ່ານໄດ້ຮັບຈາກ ສູນກາງກົງສຸນເຄັນຕັກກີ (KCC), ພ້ອມກັນກັບຂໍ້ມູນທີ່ແນະນໍາໃນເວັບໄຊທ໌ນີ້, ເພື່ອເປັນແນວທາງແລະການປະຕິບັດຕໍ່ໄປ.