ຫຼັງຈາກສໍາພາດ

ຖ້າຫາກວີຊາຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະຖືກແຈ້ງໃຫ້ຊາບວ່າ ທ່ານຈະໄດ້ຮັບ ຫນັງສືຜ່ານແດນ ແລະວີຊາຂອງທ່ານແນວໃດແລະເມື່ອໃດ. ກະລຸນາກວດຄືນລະອຽດ ຫຼັງຈາກການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov  ເພື່ອຈະຮຽນຮູ້ກ່ຽວກັບ ທ່ານຈະຕ້ອງເຮັດຫຍັງເມື່ອທ່ານໄດ້ຮັບວີຊາ, ກ່ຽວກັບການເຂົ້າ ມາສະຫະລັດອາເມຣິກາ, ການຈ່າຍຄ່າທໍານຽມຄົນເຂົ້າເມືອງໃຫ້ USCIS, ແລະ ກ່ຽວກັບຂໍ້ມູນອື່ນໆທີ່ສໍາຄັນ.