- ການສໍາພາດ
- ສະຖານະພາບຂອງກໍລະນີ(ຄຳຮ້ອງ)ຂອງທ່ານ
- ຫຼັງຈາກສໍາພາດ
ຫຼັງຈາກທີ່ທ່ານໄດ້ ປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາລ໋ອດເຕີລີ ໃນເວັບໄຊທ໌ usvisas.state.gov ຈົນສໍາເລັດແລ້ວ, ຊຶ່ງ ຮວມທັງ ໄດ້ສົ່ງແບບຟອມຂໍວີຊາເຂົ້າເມືອງຖາວອນ (DS-260), ທ່ານອາດຈະໄດ້ຮັບ ອີເມວຈາກ ສູນກາງກົງສຸນເຄັນຕັກກີ(KCC) ທີ່ຈະແຈ້ງໃຫ້ທ່ານຊາບວ່າ ການສໍາພາດໄດ້ຖືກກໍານົດໃຫ້ທ່ານ ແລ້ວ. ອີເມວທີ່ທ່ານໄດ້ຮັບ ຈະແນະນໍາໃຫ້ທ່ານເຂົ້າສູ່ລະບົບ ເຂົ້າໄປໃນ “ການກວດສອບສະຖານະຜູ້ເຂົ້າແຂ່ງຂັນ” ໃນເວັບໄຊທ໌ ວີຊາລ໋ອດເຕີລີເອເລັກໂທຣນິກ (E-DV), ໂດຍການນໍາໃຊ້ ລະຫັດ(ເລກທີຢືນຢັນການສະໝັກDV)ຂອງທ່ານ ເພື່ອເບິ່ງວັນ,ເວລາແລະສະຖານທີ່ຂອງການສໍາພາດຂອງທ່ານ.
ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບ ການດຳເນີນການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov