ການສໍາພາດ

ຫຼັງຈາກທີ່ທ່ານໄດ້ ປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາເຂົ້າເມືອງຖາວອນ ໃນເວັບໄຊທ໌ usvisas.state.gov ຈົນສໍາເລັດແລ້ວ, ຊຶ່ງ ຮວມທັງ ໄດ້ຈ່າຍຄ່າທໍານຽມຕ່າງໆທີ່ຈໍາເປັນ ແລະ ສົ່ງແບບຟອມ ຂໍວີຊາເຂົ້າເມືອງຖາວອນ (DS-260), ໃບຮັບປະກັນທາງດ້ານການເງິນ ແລະ ເອກະສານສະໝັບສະໜູນອື່ນໆ ໃຫ້ແກ່ສູນກາງວີຊາແຫ່ງຊາດ(NVC),  NVCຈະກວດຄືນບັນດາເອກະສານຂອງທ່ານໃຫ້ຮຽບຮ້ອຍ. ເມື່ອ ກໍລະນີ(ຄຳຮ້ອງ)ຂອງທ່ານເລື່ອນມາເຖິງຜຽນທີ່ຈະສາມາດສໍາພາດໄດ້, NVC ຮ່ວມກັບພວກເຮົາ ຈະເຮັດ ວຽກຮ່ວມກັນເພື່ອຈັດຕາຕະລາງນັດສໍາພາດໃຫ້ທ່ານ.

ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບ ການດຳເນີນການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov