ພະແນກກົງສຸນຂອງສະຖານທູດສະຫະລັດອາເມຣິກາປະຈຳນະຄອນຫລວງວຽງຈັນ ເປັນຜູ້ຮັບຜິດຊອບ ໃນການໃຫ້ບໍລິການ ແກ່ຜູ້ສະມັກຂໍວີຊາທີ່ຕ້ອງການຈະເຂົ້າໄປສະຫະລັດອາເມຣິກາໃນໄລຍະສັ້ນ ແລະ ຜູ້ທີ່ຕ້ອງການໄປອາໄສຢູ່ໂດຍບໍ່ຈໍາກັດເວລາ ຫຼື ຢູ່ຖາວອນໃນສະຫະລັດ ອາເມລິກາ. ກະລຸນາເບິ່ງທີ່ເວັບໄຊ Global Support Services (GSS) ຂອງພວກເຮົາ ເພື່ອຂຽນຄໍາຮ້ອງຂໍວີຊາ ເຂົ້າເມືອງຊົ່ວຄາວຂອງສະຫະລັດ ລວມທັງກວດເບິ່ງ ລາຍການປະເພດວີຊາເຂົ້າເມືອງຊົ່ວຄາວ ທີ່ນີ້. ຖ້າຫາກທ່ານມີແຜນເດີນທາງດ່ວນ, ກະລຸນາເຮັດມື້ນັດສຳພາດ ແລະ ຫລັງຈາກນັ້ນ ສົ່ງອີເມວມາທີ່ CONSLAO@state.gov ເພື່ອທີ່ຈະຂໍເຂົ້າສຳພາດດ່ວນ.
ຫມາຍເຫດ: ນັບແຕ່ວັນທີ 9 ກໍລະກົດ 2018, ກົດລະບຽບ ຈຳກັດການອອກວິຊາອາດຈະມີຜົນກະທົບ ສະເພາະກັບຄົນລາວທີ່ຈະເດີນທາງ ຈຳນວນໜ້ອຍເທົ່ານັ້ນ ສຳລັບຂໍ້ມູນເພີ້ມຕື່ມ ກະລູນາກົດທີ່ນີ້ (PDF 155 KB)ຖ້າຫາກທ່ານມີວີຊ່າທ່ອງທ່ຽວ B1/B2 ເປັນທີ່ຮຽບຮ້ອຍແລ້ວ ທ່ານຈະບໍ່ໄດ້ຮັບຜົນກະທົບໃດໆຈາກກົດລະບຽບທີ່ຫາກໍ່ວາງອອກນີ້.
ນັບຕັ້້ງແຕ່ ວັນທີ່ 21 ເດືອນ ກໍລະກົດ, ສະຖານທູດອາເມລິກາປະຈຳນະຄອນຫລວງວຽງຈັນ, ສປປ ລາວ ຈະໄດ້ເລີ້ມເປີດບໍລິການວິຊາຄືນໃຫມ່, ລວມມີວິຊາປະເພດ F, M, ແລະ J, ສຳລັບຄົນສັນຊາດອື່ນທີ່ຍື່ນຄຳຮ້ອງຂໍວິຊາຢູ່ປະເທດລາວ. ກ່ອນທີ່ທ່ານເຮັດນັດສຳພາດວິຊ່າ, ພົນລະເມືອງລາວທັງຫມົດ ແລະ ປະຊາຊົນລາວທີ່ຈະສະຫມັກວິຊ່າຢູ່ ລາວຄວນຈະອ່ານຂໍ້ມູນດັ່ງຕໍ່ໄປນີ້ກ່ຽວກັບການໂຈະວິຊ່າຊົ່ວຄາວໃຫ້ແກ່ຄົນສັນຊາດລາວ ທ່ານສາມາດສຶກສາໄດ້ຕື່ມໃນລີ້ງນີ້. ໃນຂະນະນີ້ ສະຖານທູດມີເປົ້າຫມາຍ ຈະດຳເນີນຂັ້ນຕອນການສະຫມັກໃຫ້ໄວເທົ່າທີ່ຈະໄວໄດ້, ແຕ່ອາດມີການຫລ້າຊ້າທາງດ້ານເວລາການລໍຖ້າສຳພາດ ເນື່ອງຈາກວ່າພວກເຮົາຍັງມີຫລາຍກໍລະນີສຳພາດທີ່ຍັງຄ້າງຢູ່. ຄ່າທຳນຽມທີ່ໄດ້ຈ່າຍແລ້ວ ແລະ ຍັງບໍ່ຫມົດອາຍຸ ແມ່ນສາມາດໃຊ້ໃນການເຮັດນັດສຳພາດໄດ້ ຢູ່ໃນປະເທດທີ່ທ່ານອາໃສຢູ່ເຊິ່ງສາມາດນຳໃຊ້ໄດ້ຫນຶ່ງປີ ນັບແຕ່ວັນທີທີ່ໄດ້ຈ່າຍເງິນ. ຖ້າຫາກວ່າທ່ານມີເຫດຜົນຕ້ອງໄດ້ເດີນທາງດ່ວນ, ກະລຸນາຕິດຕາມຄຳແນະນຳໄດ້ ທີ່ນີ້ ເພື່ອຂໍສຳພາດດ່ວນ. ກະລຸນາອ່ານຂໍ້ມູນເພີ່ມຕື່ມ ບັນດາ ຄຳຖະແຫລງການຂອງປະທານາທິບໍດີ ກ່ຽວກັບການເດີນທາງໄດ້ ທີ່ນີ້; ພວກເຮົາແນະນຳໃຫ້ທ່ານ ພິຈາລະນາ ແລະ ສຶກສາ ເງື່ອນໄຂຂອງທ່ານ ກ່ອນທີ່ທ່ານຈະຈ່າຍເງິນນັດສຳພາດ ເພາະວ່າ ຜູ້ສະຫມັກທຸກຄົນ ຈະບໍ່ໄດ້ຮັບເງິນຄືນ ຖ້າທ່ານຖືກປະຕິເສດວິຊາ.
ຜູ້ສະຫມັກວິຊາປະເພດ H1B, H2B, H4, L ແລະ certain J ແມ່ນຕົກຢູ່ໃນເງືອນໄຂ ຂອງ ຄຳຖະແຫລງການຂອງທ່ານປະທານາທິບໍດີ ເລກທີ່ 10052 ທ່ານຄວນຮ້ອງຂໍນັດສຳພາດ ໃນກໍລະນີທີ່ທ່ານ ມີຄວາມຫມັ້ນໃຈວ່າ ທ່ານມີເງື່ອນໄຂກົງກັບກໍລະນິຍົກເວັ້ນໃດຫນື່ງ ອີງຕາມ ຄໍາຖຸະແຫລງການດັ່ງກ່າວ ເທົ່ານັ້ນ. ທ່ານສາມາດສຶກສາຂໍ້ມູນເພີ່ມຕື່ມກ່ຽວກັບ ຄຳຖະແຫລງການໄດ້ທີ່ນີ້:
ຕິດຕໍ່ພວກເຮົາ
ເພື່ອຕິດຕໍ່ຕົວແທນບໍລິການລູກຄ້າ, ກະລຸນາເບິ່ງທີ່ເວັບໄຊທ໌ Global Support Services (GSS) ໜ້າຕິດຕໍ່ພວກເຮົາ ສຳຫລັບຂໍ້ມູນຂ່າວສານທີ່ຄົບຖ້ວນ ຫຼື ຕິດຕໍ່ໄດ້ຕາມອີເມວແລະເບີໂທ ລຸ່ມນີ້:
- Email: support-laos@ustraveldocs.com
- ໂທລະສັບ: 856 21 255 500 (ຈາກລາວ); +1 703 665 7347 (ຈາກ U.S)
ໂທຫາສູນຕົວແທນບໍລິການລູກຄ້າຕາມວັນເວລາ: ວັນຈັນ – ວັນສຸກ: 8:00 a.m. – 8:00 p.m. (ຍົກເວັ້ນວັນພັກ)