Flag

An official website of the United States government

ວັນຍຸງໂລກ
2 ບົດອ່ານໜຶ່ງນາທີ
ເດືອນສິງຫາ 18, 2023

ທ່ານຮູ້ບໍ່ວ່າ ຍຸງເປັນພາຫະນຳໂລກຕ່າງໆ? ເນື່ອງໃນວັນຍຸງໂລກ, ພວກເຮົາສະເຫຼີມສະຫຼອງການຮ່ວມມືຜ່ານຊາຍແດນໃນການຕ້ານກັບພະຍາດທີ່ມີຍຸງເປັນພາຫະ. ທີມງານທີ່ມີທັກສະສູງ (ນັກວິທະຍາສາດທີ່ສຶກສາເລື່ອງຍຸງ) ຈາກປະເທດໄທ ແລະ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບທັກສະ ແລະ ເຄື່ອງມືລ່າສຸດທີ່ຈຳເປັນໃນການສະໜັບສະໜູນເປົ້າໝາຍໃນຂົງເຂດພາກພື້ນໃນການກຳຈັດໄຂ້ມາເລເລຍ.

ກອງປະຊຸມດັ່ງກ່າວ ຈັດໂດຍ Thai Division of Vector-Borne Diseases (DVBD) ພ້ອມກັບ ສຳນັກງານຮ່ວມມືລະຫວ່າງປະເທດແຫ່ງປະເທດໄທ (TICA) ແລະ U.S. President’s Malaria Initiative (PMI), ທີ່ນຳພາໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດຮ່ວມກັບສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງສະຫະລັດອາເມລິກາ (CDC).

#WorldMosquitoDay #EndMalaria

ກົດທີ່ນີ້ ເພື່ອອ່ານເພີ່ມເຕີມ