ນະຄອນຫຼວງພະບາງ, ສປປ ລາວ – ໃນລະຫວ່າງວັນທີ 4-8 ມີນາ, 2019 ບັນດາຜູ້ປະກອບການໜຸ່ມຈໍານວນ 50 ທ່ານ ທີ່ມາຈາກບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ ໄດ້ພົບປະກັນຢູ່ທີ່ຫຼວງພະບາງເພື່ອເຂົ້າຮ່ວມໃນງານຝຶກອົບຮົມການທ່ອງທ່ຽວແບບຍືນຍົງ ເຊິ່ງໄດ້ຈັດຂຶ້ນໂດຍຜ່ານໂຄງການ Young Southeast Asian Leaders Initiative (YSEALI) ທີ່ໄດ້ຮັບທຶນຈາກໂຄງການລັດຖະບານ ສ.ອາເມລິກາ.
ເພື່ອເປັນການກະຕຸ້ນສົ່ງເສີມຄວາມຕໍ່ເນື່ອງຂອງ ປີທ່ອງທ່ຽວ 2018 ຂອງ ລັດຖະບານ ສປປ ລາວ, ສະຖານທູດສະຫະລັດອາເມລິກາ ແຫ່ງ ສປປ ລາວ ຈຶ່ງໄດ້ຈັດງານຝຶກອົບຮົມການທ່ອງທ່ຽວແບບອະນຸລັກຂຶ້ນ ຢູ່ທີ່ ຫຼວງພະບາງ ເຊິ່ງ The Asia Foundation ເປັນຜູ້ຈັດງານໃນຄັ້ງນີ້ໂດຍໄດ້ຮັບທຶນຈາກລັດຖະບານ ສ.ອາເມລິກາ.
ເປົ້າໝາຍຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອນຳເອົາບັນດາຜູ້ກອບການໄວໜຸ່ມຈາກ ອາຊີຕາເວັນອອກສຽງໃຕ້ ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍ ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນສຳລັບການທ່ອງທ່ຽວ. ໃນໄລຍະ 15ປີ ທີ່ຜ່ານມາ, ອຸດສາຫະກໍາທ່ອງທ່ຽວແບບອະນຸລັກຢູ່ທີ່ເມືອງມໍລະດົກໂລກ ໄດ້ແຕກດອກອອກຜົນເຊິ່ງເຮັດໃຫ້ບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍເກີດຂຶ້ນ ແລະ ໄດ້ມີບົດບາດສຳຄັນໃນການພັດທະນາເສດຖະກິດໃນຂົງເຂດນີ້ ກໍ່ຄື ພາຍໃນປະເທດ.
ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ການສົ່ງເສີມເສດຖະກິດໃນ ສປປ ລາວ ແມ່ນມີຄວາມສຳຄັນຕໍ່ຍຸດທະສາດ ອິນໂດປາຊີຟິກ ແລະ ການຮ່ວມມືແບບກວມລວມຂອງພວກເຮົາ ກັບ ລັດຖະບານ ສປປ ລາວ. ພວກເຮົາມີຄວາມພາກພູມໃຈໃນການນຳສະເໜີຕົວແບບທີ່ດີຂອງທຸລະກິດການທ່ອງທ່ຽວຢູ່ ສປປ ລາວ ເພື່ອວ່າບັນດານັກທຸລະກິດໄວໜຸ່ມໃນຂົງເຂດນີ້ຈະສະມາດຮຽນຮູ້ເອົາປະສົບການຈາກ ສປປ ລາວ ລວມທັງ ປະສົບການການຕ້ອນຮັບອັນອົບອຸ່ນ ແລະ ນຳເອົາແບບຢ່າງການທ່ອງທ່ຽວແບບອະນຸລັກເຂົ້າໄປນຳໃຊ້ໃນປະເທດຂອງເຂົາເຈົ້າ.
ມີຫຼາຍບັນດາຫົວໜ່ວຍທຸລະກິດໃນທ້ອງຖິ່ນໄດ້ຮ່ວມກັບງານຝຶກອົບຮົມໃນຄັ້ງນີ້ໂດຍການໃຫ້ບັນດາຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມເບິ່ງຕົວຈິງເພື່ອຮຽນຮູ້ບັນດາທັກສະຕ່າງໆເຊັ່ນ: ການເຮັດການຕະຫຼາດຂອງຜ້າໄໝຊົນເພົ່າ, ການດຳເນີນການຂອງພື້ນທີ່ຮັກສາສັດປ່າທີ່ຖືກຕ້ອງ ແລະ ການຈັດການການຄຸ້ມຄອງການທ່ຽວແບບພະຈົນໄພ ທີ່ເປັນມິດຕໍ່ສະພາບແວດລ້ວມ. ບັນດາຜູ້ເຂົ້າຮ່ວມຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ອງທີ່ສຳຄັນລວມທັງ ຕາດກວງຊີ, ວັດຊຽງທອງ ລວມໄປເຖິງ ບັນດາຫົວໜ່ວຍການດຳເນີນການຂະໜາດນ້ອຍເຊັ່ນ: ສູນ Traditional Arts and Ethnology Center ແລະ ສະຖານທີ່ຜະລິດເຄື່ອງປັ້ນດິນເຜົາ Pottery House Lao Food.
ໂຄງການ YSEALI ເປັນໂຄງການຂອງ ລັດຖະບານ ສ. ອາເມລິກາ ທີ່ໄດ້ລິເລີ່ມແຕ່ປີ 2013 ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາຜູ້ນໍາໄວໜຸ່ມ ທັງຍັງເປັນການຂະຫຍາຍເຄືອຂ່າຍ ທົ່ວບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການຈັດງານການແລກປ່ຽນທາງດ້ານການສຶກສາ, ຈັດງານຝຶກອົບຮົມໃນທ້ອງຖິ່ນ ແລະ ການສະໜອງທຶນຕ່າງໆ ຂອງ ໂຄງການ YSEALI ແມ່ນເພື່ອຢາກສ້າງຄວາມອາດສາມາດໃຫ້ແກ່ຜູ້ນໍາໄວໜຸ່ມໃນຂົງເຂດຕ່າງໆທີ່ກ່ຽວຂ້ອງ ແລະ ເສີມສ້າງຄວາມເຂັ້ມແຂງໃນປະຊາຄົມອາຊຽນ.