Flag

An official website of the United States government

ໂຄງການYoung Southeast Asian Leaders Initiative (YSEALI)

ພາບລວມ

ໂຄງການ YSEALI ແມ່ນຫັຍງ?

ລັດຖະບານສະຫະລັດ ອາເມລິກາ ເປີດໂຕໂຄງການ Young Southeast Asian Leaders Initiative (YSEALI) ໃນປີ 2013 ເພື່ອຮວບຮວມຜູ້ນຳໄວຫນູ່ມອາຍຸລະຫວ່າງ 18-35 ປີ ຈາກປະເທດ ບຮູໄນ, ກຳປູເຈຍ, ອິໂດເນເຊຍ, ມາເລເຊຍ, ມ່ຽນມາ, ຟິລິບປິນ, ລາວ, ສິງກະໂປ, ໄທຍ ແລະ ຫວຽດນາມ ທີ່ມີຄວາມຄິດລິເລີ້ມສ້າງສັນຢາກແກ້ໄຂບັນຫາ ແລະ ຄວາມທ້າທາຍທີ່ເກີດຂື້ນໃນເຂດປະເທດອາຊຽນໃນປັດຈຸບັນ ຕົວຢ່າງ: ການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມຂອງສັງຄົມ.

 

 

ຄວາມສຳຄັນຂອງໂຄງການ YSEALI

ລັດຖະບານສະຫະລັດ ອາເມລິກາ ມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ຂໍສະຫນັບສະຫນູນໂຄງການ Young Southeast Asian Leaders Initiative ເພາະພວກເຮົາເຊື່ອວ່າໄວຫນູ່ມມີບົດບາດສຳຄັນໃນການວາງແຜນອະນາຄົດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງປະຊາກອນຈຳນວນ 65% ມີອາຍຸຕ່ຳກວ່າ 35 ປີ. ໄວຫນູ່ມເປັນໄວທີ່ມີຄວາມຄິດສ້າງສັນ ແລະ ຄວາມກະຕືລືລົ້ນທີ່ຈຳນຳສະເໜີຄວາມຄິດ ແລະ ອຸທິດພະລັງເພື່ອພັດທະນາຊີວິດຂອງຕົນ ແລະ ຄົນໃນຊູ່ມຊົນທຸກຄົນຊ່ວຍກັນສ້າງການປ່ຽນແປງສູ່ສິ່ງທີ່ດີກວ່າຖ້າເຮົາຮ່ວມມືກັນ.

ຜົນປະໂຫຍດ ແລະ ສິດທິໃນການເປັນສະມາຊິກ YSEALI

  • ການຝຶກອົບຮົມ YSEALI Generation ຢູ່ທີ່ປະເທດອາເມລິກາ ແລະ ບັນດາປະເທອາຊຽນ
  • ທຶນສະຫນັບສະຫນູນກິດຈະກຳ YSEALI Seeds for the Future Grants Competition (ຖ້າທ່ານມີຄວາມຄິດດີໆສຳຫລັບໂຄງການບໍລິການສາທາລະນະທີ່ຈະຊ່ວຍສົ່ງເສີມການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມໃນສັງຄົມ ສາມາດກຽມບົດໂຄງການຂອງທ່ານເພື່ອຮ່ວມຊິງທຶນ ຈຳນວນ $10,000 ຕໍ່ໂຄງການ)
  • ທຶນແລກປ່ຽນ YSEALI ໄປປະເທດອາເມລິກາ
  • ສ້າງສາຍສຳພັນ ແລະ ພົບປະເພື່ອນໃຫ່ມ ຈາກປະເທດ ອາເມລິກາ ແລະ ບັນດາປະເທດອາຊຽນ
  • ພົບປະກັບບັນດາຜູ້ນຳຂອງປະເທດອາເມລິກາ ເຊິ່ງທີ່ຜ່ານມາກໍລວມມີ ທ່ານທູດ, ລັດຖະມົນກະຊວງການຕ່າງປະເທດ, ປະທານາທິບໍດີ ແລະ ອື່ນໆອີກ.

ສຳຫລັບທ່ານໃດທີ່ສົນໃຈສາມາດສະຫມັກໄດ້ງ່າຍງ່າຍທີ່ http://yseali.state.gov/ ໂດຍມີເງື່ອນໄຂຢູ່ວ່າ:

  • ອາຍຸ 18-35 ປີ
  • ສັນຊາດລາວ
  • ມີຄວາມສົນໃຈໃນ ການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມຂອງສັງຄົມ

ທ່ານສາມາດຕິດຕາມຂໍ້ມູນ ແລະ ເລື້ອງລາວຕ່າງໆຂອງ YSEALI  ໄດ້ທີ່:

Facebook: www.facebook.com/youngsoutheastasianleaders
Twitter: twitter.com/yseali

Contact

If you have any questions about YSEALI, please email: YSEALI_Laos@state.gov.